ISL Students to Benefit from $300,000 Annual Scholarships
ພວກເຮົາ ມີຄວາມພາກພູມໃຈຫຼາຍ ທີ່ຈະປະກາດໃຫ້ທຸກທ່ານໄດ້ຮູ້ວ່າ ພວກເຮົາໄດ້ມີການພົວພັນກັບຄູ່ຮ່ວມມືໃໝ່ ແລະ ສຳຄັນກັບລັດຖະບານ ຫວຽດນາມ. ການຮ່ວມມືກັນນີ້ ໄດ້ສະໜອງໂອກາດພິເສດສໍາລັບນັກຮຽນຂອງ ໂຮງຮຽນນານາຊາດລາວ (ISL) ໃນການດໍາເນີນການສຶກສາຕໍ່ ຢູ່ ວິທະຍາໄລ ອັງກິດ – ຫວຽດນາມ (BUV), ເພື່ອເສີມຂະຫຍາຍໂອກາດ ທາງດ້ານດ້ານວິຊາການ ແລະ ວິຊາຊີບຂອງພວກເຂົາ. ກະຊວງສຶກສາທິການ ແລະ ກິລາ ຂອງລາວ ໄດ້ຮັບຮອງເອົາ ໂຮງຮຽນນານາຊາດລາວ(ISL )ເປັນໜຶ່ງໃນໂຮງຮຽນຊັ້ນນໍາຂອງປະເທດ, ໂດຍຄັດເລືອກພວກເຮົາເປັນໜຶ່ງໃນສອງໂຮງຮຽນໃນປະເທດລາວ ທີ່ໄດ້ຮັບທຶນການສຶກສາອັນມີກຽດນີ້. ກະຊວງສຶກສາທິການ ແລະ ການຝຶກອົບຮົມ ໃນຫວຽດນາມ ແລະ BUV ໄດ້ຈັດສັນທຶນການສຶກສາ ຈຳນວນ 300.000 ໂດລາ ໃຫ້ແກ່ນ້ອງໆນັກຮຽນ ຢູ່ໂຮງຮຽນນານາຊາດລາວ (ISL). ໃນແຕ່ລະປີ, ນັກຮຽນຈຳນວນ 16 ນ້ອງຈະໄດ້ຮັບທຶນການສຶກສາ ເພື່ອສຶກສາຕໍ່ໃນລະດັບຊັ້ນສູງ ຢູ່ຫວຽດນາມ. ທຶນການສຶກສາເຫຼົ່ານີ້, ມີໃຫ້ເປັນປະຈຳໃນທຸກໆປີ, ຈະໃຫ້ການຊ່ວຍເຫຼືອທາງດ້ານການເງິນຕໍ່ໄປນີ້: ນັກຮຽນ ຈຳນວນ 2 ນ້ອງຈະໄດ້ຮັບທຶນການສຶກສາ 100%.ນັກຮຽນ…
Read article