ISL Students to Benefit from $300,000 Annual Scholarships

ພວກເຮົາ ມີຄວາມພາກພູມໃຈຫຼາຍ ທີ່ຈະປະກາດໃຫ້ທຸກທ່ານໄດ້ຮູ້ວ່າ ພວກເຮົາໄດ້ມີການພົວພັນກັບຄູ່ຮ່ວມມືໃໝ່ ແລະ ສຳຄັນກັບລັດຖະບານ ຫວຽດນາມ. ການຮ່ວມມືກັນນີ້ ໄດ້ສະໜອງໂອກາດພິເສດສໍາລັບນັກຮຽນຂອງ ໂຮງຮຽນນານາຊາດລາວ (ISL) ໃນການດໍາເນີນການສຶກສາຕໍ່ ຢູ່ ວິທະຍາໄລ ອັງກິດ – ຫວຽດນາມ (BUV), ເພື່ອເສີມຂະຫຍາຍໂອກາດ ທາງດ້ານດ້ານວິຊາການ ແລະ ວິຊາຊີບຂອງພວກເຂົາ.
 
ກະຊວງສຶກສາທິການ ແລະ ກິລາ ຂອງລາວ ໄດ້ຮັບຮອງເອົາ ໂຮງຮຽນນານາຊາດລາວ(ISL )ເປັນໜຶ່ງໃນໂຮງຮຽນຊັ້ນນໍາຂອງປະເທດ, ໂດຍຄັດເລືອກພວກເຮົາເປັນໜຶ່ງໃນສອງໂຮງຮຽນໃນປະເທດລາວ ທີ່ໄດ້ຮັບທຶນການສຶກສາອັນມີກຽດນີ້.
 
ກະຊວງສຶກສາທິການ ແລະ ການຝຶກອົບຮົມ ໃນຫວຽດນາມ ແລະ BUV ໄດ້ຈັດສັນທຶນການສຶກສາ ຈຳນວນ 300.000 ໂດລາ ໃຫ້ແກ່ນ້ອງໆນັກຮຽນ ຢູ່ໂຮງຮຽນນານາຊາດລາວ (ISL). ໃນແຕ່ລະປີ, ນັກຮຽນຈຳນວນ 16 ນ້ອງຈະໄດ້ຮັບທຶນການສຶກສາ ເພື່ອສຶກສາຕໍ່ໃນລະດັບຊັ້ນສູງ ຢູ່ຫວຽດນາມ. ທຶນການສຶກສາເຫຼົ່ານີ້, ມີໃຫ້ເປັນປະຈຳໃນທຸກໆປີ, ຈະໃຫ້ການຊ່ວຍເຫຼືອທາງດ້ານການເງິນຕໍ່ໄປນີ້:
 
ນັກຮຽນ ຈຳນວນ 2 ນ້ອງຈະໄດ້ຮັບທຶນການສຶກສາ 100%.
ນັກຮຽນ ຈຳນວນ 4 ນ້ອງຈະໄດ້ຮັບທຶນການສຶກສາ 50%.
ນັກຮຽນ ຈຳນວນ 10 ນ້ອງຈະໄດ້ຮັບທຶນການສຶກສາ 25%.
 
ມື້ນີ້, ພວກເຮົາໄດ້ຮັບກຽດ ຕ້ອນຮັບ ການເຂົ້າຢ້ຽມຢາມຂອງທ່ານ Matt Jansen, ຫົວໜ້າຝ່າຍຮັບສະໝັກນັກສຶກສາ ຕ່າງປະເທດ ຢູ່ວິທະຍາໄລອັງກິດ – ຫວຽດນາມ. ການຢ້ຽມຢາມຂອງທ່ານແມ່ນເພື່ອເປັນການລົງນາມໃນບົດບັນທຶກຄວາມເຂົ້າໃຈ (MoU) ຢ່າງເປັນທາງການ, ເຊິ່ງຈະເປັນຈຸດເລີ່ມຕົ້ນຂອງໂອກາດທຶນການສຶກສາໃຫມ່ເຫຼົ່ານີ້ຢູ່ ໂຮງຮຽນນານາຊາດ (ISL). ຂໍ້ຕົກລົງສະບັບນີ້ສະທ້ອນໃຫ້ເຫັນເຖິງການຮັບຮູ້ທີ່ເພີ່ມຂຶ້ນຂອງການປະກອບສ່ວນຂອງໂຮງຮຽນຂອງພວກເຮົາໃຫ້ແກ່ການສຶກສາໃນລາວ ແລະ ຕ່າງປະເທດ.
 
ໃນຂະນະທີ່ໂຮງຮຽນນານາຊາດລາວ (ISL) ເຕີບໂຕ ແລະ ຂະຫຍາຍໂຕຢ່າງຕໍ່ເນື່ອງ, ພວກເຮົາມີຄວາມຕື່ນເຕັ້ນຫຼາຍກ່ຽວກັບໂອກາດໃນອານາຄົດ ທີ່ໄດ້ມີການຮ່ວມມືກັບ ຫວຽດນາມໃນຄັ້ງນີ້ ທີ່ຈະນຳມາສູ່ນັກຮຽນຂອງພວກເຮົາ. ພວກເຮົາຂໍຂອບໃຈເປັນຢ່າງຍິ່ງຕໍ່ກະຊວງສຶກສາທິການ ແລະ ກິລາ ໃນລາວທີ່ໄດ້ຮັບຮອງ ໂຮງຮຽນນານາຊາດລາວ (ISL), ເຊິ່ງເປັນການເປີດທາງໃຫ້ໄປສູ່ທຶນການສຶກສາອັນລ້ຳຄ່າເຫຼົ່ານີ້, ແລະ ພວກເຮົາຂໍຂອບໃຈຢ່າງຈິງໃຈສຳລັບການສະໜັບສະໜູນທີ່ເຮັດໃຫ້ສິ່ງນີ້ເກີດຂຶ້ນໄດ້.
 
We are proud to announce a new and significant partnership with the Government of Vietnam. This collaboration offers exceptional opportunities for ISL students to pursue studies at the British University Vietnam – BUV, enhancing their academic and professional prospects.
 
The Ministry of Education and Sports in Laos has recognised ISL as one of the leading schools in the country, selecting us as one of only two schools in Laos to receive this prestigious scholarship programme.
 
The Ministry of Education and Training in Vietnam and BUV have allocated a scholarship fund of $300,000 for ISL students. Each year, 16 students will be awarded scholarships to pursue higher education in Vietnam. These scholarships, available annually, will provide the following financial support:
 
2 students will receive 100% scholarships.
4 students will be awarded 50% scholarships.
10 students will benefit from 25% scholarships.
 
Today, we were honoured to be visited by Mr Matt Jansen, Head of International Student Recruitment at the British University Vietnam. His visit was to formalise the signing of a Memorandum of Understanding (MoU), which will mark the beginning of these new scholarship opportunities at ISL. This agreement reflects the growing recognition of our school’s contribution to education in Laos and beyond.
 
As ISL continues to grow and expand, we are excited about the future opportunities this partnership with Vietnam brings for our students. We are immensely grateful to the Ministry of Education and Sports in Laos for recognising ISL, which paved the way for these invaluable scholarships, and we are truly thankful for the support that makes this possible.
 
 
Share this post