ISL Tigers at the MRISA Senior Volleyball Tournament
ເມື່ອບໍ່ດົນມານີ້ ທີມບານສົ່ງຊາຍລຸ້ນSenior ຂອງພວກເຮົາໄດ້ເຂົ້າຮ່ວມການແຂ່ງຂັນ MRISA ໂດຍຮ່ວມກັບໂຮງຮຽນນານາຊາດຈາກທົ່ວຂົງເຂດແມ່ນໍ້າຂອງ, ປະກອບມີ ປະເທດລາວ, ກໍາປູເຈຍ, ໄທ, ຫວຽດນາມ ແລະ ມຽນມາ. ເຖິງແມ່ນວ່າ ການແຂ່ງຂັນນັ້ນຈະດຸເດືອດ, ແຕ່ສິ່ງທີ່ໂດດເດັ່ນທີ່ສຸດແມ່ນ ມິດຕະພາບ ແລະ ການໄດ້ຫລິ້ນກິລາຂອງນັກຮຽນ ຕະຫລອດຂອງການແຂ່ງຂັນ.
ເຖິງວ່າຈະມີຄວາມກົດດັນ, ແຕ່ທີມກໍຍັງເອົາໃຈໃສ່, ເນັ້ນໄປທີ່ສິ່ງສໍາຄັນຢ່າງແທ້ຈິງ ນັ້ນກໍ່ຄື: ຄວາມເຄົາລົບ, ການຊຸກຍູ້ໃຫ້ກຳລັງໃຈ, ແລະ ຄວາມເຊື່ອໝັ້ນເຊິ່ງກັນ ແລະ ກັນ. ນັກກິລາຂອງພວກເຮົາສະແດງໃຫ້ເຫັນຄຸນສົມບັດເຫລົ່ານີ້ຢ່າງຫລວງຫລາຍ, ບໍ່ວ່າຈະຢູ່ໃນສະຫນາມ ຫລື ການສົ່ງສຽງເຊຍຈາກຂ້າງສະໜາມ. ນັກກິລາແຕ່ລະຄົນໄດ້ສະແດງຄວາມເອົາໃຈໃສ່ ແລະ ສະຫນັບສະຫນູນເພື່ອນຮ່ວມທິມ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ບໍ່ວ່າຄະແນນຈະອອກມາເປັນແນວໃດກໍຕາມ. ມັນເປັນການເຕືອນໃຈທີ່ຊັດເຈນເຖິງພະລັງຄວາມຮ່ວມມື ແລະ ຄວາມສໍາຄັນຂອງການເປັນຈິດຫນຶ່ງໃຈດຽວກັນຜ່ານການແຂ່ງຂັນ.
ປະສົບການເຫຼົ່ານີ້ໄດ້ເປັນບົດຮຽນທີ່ສໍາຄັນ: ຄວາມສໍາເລັດບໍ່ໄດ້ໝາຍເຖິ່ງການຊະນະເທົ່ານັ້ນ, ແຕ່ຍັງໝາຍເຖິ່ງການທີ່ເຮົາປະເຊີນກັບຄວາມທ້າທາຍຮ່ວມກັນ, ການຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ແລະ ເຕີບໂຕເປັນທີມທີ່ພວກເຮົາຮູ້ສຶກພາກພູມໃຈຢ່າງຍິ່ງ ກັບຜົນງານການແຂ່ງຂັນຂອງນັກກິລາຂອງພວກເຮົາ, ໃນຄວາມທຸ່ມເທ ແລະ ທັດສະນະຄະຕິໃນເຊີງບວກຂອງພວກເຂົາ ມັນເປັນສິ່ງເຕືອນໃຈອັນສ້າງແຮງບັນດານໃຈວ່າ ບໍ່ວ່າຈະເປັນດ້ານກິລາ ຫຼື ໃນຊີວິດປະຈຳວັນ, ການເດີນທາງ ແລະ ຄວາມສໍາພັນທີ່ເຮົາສ້າງຂຶ້ນ ກໍ່ມີຄວາມສໍາຄັນທີ່ມີຈຸດຫມາຍປາຍທາງ.
Our Senior Boys Volleyball team recently participated in the MRISA Tournament, joining international schools from across the Mekong River region, including Laos, Cambodia, Thailand, Vietnam, and Myanmar. While the competition was intense, what truly stood out most was the camaraderie and sportsmanship displayed by our students throughout the match.
Despite the pressure, the team remained focused on what truly matters: respect, encouragement, and a strong belief in one another. Our players demonstrated these qualities in abundance, whether on the court or cheering from the sidelines. Each player showed care and support for their teammates, lifting each other up, regardless of the score. It was a clear reminder of the power of collaboration and the importance of staying united through both the highs and lows of competition.
This experience reinforced an important lesson: success is not just about winning, but about how we face challenges together, support one another, and grow as a team. We are incredibly proud of our players’ performance, whose dedication and positive attitude serve as an inspiring reminder that, in both sports and life, the journey and the relationships we build are just as important as the destination.