ISL Tigers at the MRISA Senior Volleyball Tournament

ISL Tigers at the MRISA Senior Volleyball Tournament

ເມື່ອບໍ່ດົນມານີ້ ທີມບານສົ່ງຊາຍລຸ້ນSenior ຂອງພວກເຮົາໄດ້ເຂົ້າຮ່ວມການແຂ່ງຂັນ MRISA ໂດຍຮ່ວມກັບໂຮງຮຽນນານາຊາດຈາກທົ່ວຂົງເຂດແມ່ນໍ້າຂອງ, ປະກອບມີ ປະເທດລາວ, ກໍາປູເຈຍ, ໄທ, ຫວຽດນາມ ແລະ ມຽນມາ. ເຖິງແມ່ນວ່າ ການແຂ່ງຂັນນັ້ນຈະດຸເດືອດ, ແຕ່ສິ່ງທີ່ໂດດເດັ່ນທີ່ສຸດແມ່ນ ມິດຕະພາບ ແລະ ການໄດ້ຫລິ້ນກິລາຂອງນັກຮຽນ ຕະຫລອດຂອງການແຂ່ງຂັນ. ເຖິງວ່າຈະມີຄວາມກົດດັນ, ແຕ່ທີມກໍຍັງເອົາໃຈໃສ່, ເນັ້ນໄປທີ່ສິ່ງສໍາຄັນຢ່າງແທ້ຈິງ ນັ້ນກໍ່ຄື: ຄວາມເຄົາລົບ, ການຊຸກຍູ້ໃຫ້ກຳລັງໃຈ, ແລະ ຄວາມເຊື່ອໝັ້ນເຊິ່ງກັນ ແລະ ກັນ. ນັກກິລາຂອງພວກເຮົາສະແດງໃຫ້ເຫັນຄຸນສົມບັດເຫລົ່ານີ້ຢ່າງຫລວງຫລາຍ, ບໍ່ວ່າຈະຢູ່ໃນສະຫນາມ ຫລື ການສົ່ງສຽງເຊຍຈາກຂ້າງສະໜາມ. ນັກກິລາແຕ່ລະຄົນໄດ້ສະແດງຄວາມເອົາໃຈໃສ່ ແລະ ສະຫນັບສະຫນູນເພື່ອນຮ່ວມທິມ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ບໍ່ວ່າຄະແນນຈະອອກມາເປັນແນວໃດກໍຕາມ. ມັນເປັນການເຕືອນໃຈທີ່ຊັດເຈນເຖິງພະລັງຄວາມຮ່ວມມື ແລະ ຄວາມສໍາຄັນຂອງການເປັນຈິດຫນຶ່ງໃຈດຽວກັນຜ່ານການແຂ່ງຂັນ. ປະສົບການເຫຼົ່ານີ້ໄດ້ເປັນບົດຮຽນທີ່ສໍາຄັນ: ຄວາມສໍາເລັດບໍ່ໄດ້ໝາຍເຖິ່ງການຊະນະເທົ່ານັ້ນ, ແຕ່ຍັງໝາຍເຖິ່ງການທີ່ເຮົາປະເຊີນກັບຄວາມທ້າທາຍຮ່ວມກັນ, ການຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ແລະ ເຕີບໂຕເປັນທີມທີ່ພວກເຮົາຮູ້ສຶກພາກພູມໃຈຢ່າງຍິ່ງ ກັບຜົນງານການແຂ່ງຂັນຂອງນັກກິລາຂອງພວກເຮົາ, ໃນຄວາມທຸ່ມເທ ແລະ ທັດສະນະຄະຕິໃນເຊີງບວກຂອງພວກເຂົາ ມັນເປັນສິ່ງເຕືອນໃຈອັນສ້າງແຮງບັນດານໃຈວ່າ ບໍ່ວ່າຈະເປັນດ້ານກິລາ…