30th Anniversary of National Teachers’ Day in Laos
Today, the International School of Laos proudly participated in the 30th Anniversary of National Teachers’ Day in Laos, an event celebrating the vital contributions of educators to the development of our nation. Our school was deeply honoured to receive a certificate for outstanding performance in contributing efforts, wisdom, knowledge, and expertise to the advancement of education, science, and sports.
Alongside other prominent institutions, we were invited to showcase our achievements at a booth, where we displayed our school’s awards and some of the STEAM projects created by our students. As a token of appreciation, we also prepared small souvenir gifts for the teachers who visited our booth, offering them a heartfelt reminder of our shared commitment to education.
The day was made even more memorable by the interactions between our students and those from other schools, as they forged meaningful connections and shared their experiences. Our senior management team took time to visit the booths of every school, engaging with fellow educators and celebrating the collective success of the educational community.
We are truly grateful for the opportunity to take part in this significant event, which not only honours teachers but also highlights excellence in education. It was an inspiring day of celebration, unity, and recognition of the achievements that shape the future of learning.
ມື້ນີ້, ໂຮງຮຽນນານາຊາດລາວ ຮູ້ສຶກພູມໃຈ ແລະ ເປັນກຽດຢ່າງຍິ່ງທີ່ໄດ້ເຂົ້າຮ່ວມງານສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 30ປີ ເຊິ່ງເປັນງານສະເຫຼີມສະຫຼອງທີ່ ຄູອາຈານມີສ່ວນສຳຄັນໃນການພັດທະນາປະເທດຊາດຂອງພວກເຮົາ. ໂຮງຮຽນຂອງພວກເຮົາຮູ້ສຶກເປັນກຽດຫຼາຍທີ່ໄດ້ຮັບໃບຍ້ອງຍໍສຳລັບຜົນງານດີເດັ່ນໃນການທຸ່ມເທຄວາມພະຍາຍາມ, ພູມປັນຍາ, ຄວາມຮູ້, ແລະ ຄວາມຊ່ຽວຊານເພື່ອຄວາມກ້າວຫນ້າຂອງການສຶກສາ, ວິທະຍາສາດ, ແລະ ກິລາ.
ນອກຈາກໂຮງຮຽນທີ່ມີຊື່ສຽງອື່ນໆແລ້ວ ພວກເຮົາໄດ້ຖືກຮັບເຊີນໃຫ້ໄປສະແດງຜົນງານຂອງພວກເຮົາຢູ່ໃນບູດ, ໂດຍເຮົາໄດ້ນຳລາງວັນຂອງໂຮງຮຽນ ແລະ ໂຄງການ STEAM ບາງສ່ວນທີ່ສ້າງໂດຍນັກຮຽນຂອງພວກເຮົາໄປສະແດງໃນງານ ເພື່ອເປັນການສະແດງຄວາມຂອບໃຈ, ທາງເຮົາຍັງໄດ້ກະກຽມຂອງຂັວນທີ່ລະນຶກເລັກໆນ້ອຍໆໃຫ້ແກ່ບັນດາຄູອາຈານທີ່ໄດ້ມາຢ້ຽມຊົມບູດຂອງພວກເຮົາ, ເພື່ອສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນຮ່ວມກັນຂອງພວກເຮົາທີ່ມີຕໍ່ການສຶກສາ.
ມື້ນັ້ນຍັງເປັນມື້ທີໜ້າຈົດຈຳ ໂດຍການມີສ່ວນຮ່ວມ, ໂອ້ລົມ ລະຫວ່າງນ້ອງນັກຮຽນຂອງພວກເຮົາ ແລະ ນ້ອງນັກຮຽນຈາກໂຮງຮຽນອື່ນໆ, ພວກເຂົາໄດ້ສ້າງຄວາມສໍາພັນທີ່ດີ, ມີຄວາມໝາຍ ແລະ ການໄດ້ແບ່ງປັນປະສົບການຂອງເຂົາ. ຄະນະບໍລິຫານງານຂອງພວກເຮົາກໍ່ໄດ້ໃຊ້ເວລາໄປຢ້ຽມຊົມບູດຂອງແຕ່ລະໂຮງຮຽນ ເພື່ອພົບປະກັບບັນດາຄູອາຈານດ້ວຍກັນ ແລະ ສະເຫຼີມສະຫຼອງຜົນສຳເລັດຮ່ວມກັນຂອງການສຶກສາ.
ພວກເຮົາຮູ້ສຶກເປັນກຽດ ແລະ ຂໍຂອບໃຈຢ່າງຍິ່ງທີ່ພວກເຮົາໄດ້ມີໂອກາດມີສ່ວນຮ່ວມໃນງານທີ່ສໍາຄັນນີ້ ເຊິ່ງບໍ່ພຽງແຕ່ເປັນການໃຫ້ກຽດແກ່ຄູອາຈານເທົ່ານັ້ນ ແຕ່ຍັງສະແດງໃຫ້ເຫັນເຖິງຄວາມເປັນເລີດໃນການສຶກສາ ແລະ ຍັງເປັນມື້ທີ່ສ້າງແຮງບັນດານໃຈໃນການສະເຫຼີມສະຫຼອງຄວາມສາມັກຄີ ແລະ ການຍອມຮັບຄວາມສຳເລັດທີ່ກຳນົດອະນາຄົດຂອງການຮຽນຮູ້.