ISL Donates New AC & Smartboard to Vientiane & Saysettha District Education Department
Our mission to collaborate and contribute to the Lao education system includes more than just local schools and students. We also wish to recognise and appreciate those who work tirelessly for youth education assistance.
We have been working closely with the Vientiane Capital and Saysettha District Education Department, and we appreciate them having the same goal as ISL of creating opportunities for better outcomes by improving access to quality education and equal learning opportunities for all.
We hope that your new air conditioner and smartboard will help ensure workplace comfort and introduce you to the advantages of smart technology in classrooms.
ISL strives to continue its cooperation and support to the Lao education system and further assist Lao people through Water Well projects that will provide safe and sustainable water to communities in several districts and provinces.
ພາລະກິດຂອງພວກເຮົາສຳຫຼັບການຮ່ວມມື ແລະ ການປະກອບສ່ວນເຂົ້າໃນລະບົບການສຶກສາຂອງລາວເຮົາແມ່ນມີຫຼາຍບໍ່ພຽງແຕ່ຢູ່ໂຮງຮຽນ ແລະ ນັກຮຽນໃນທ້ອງຖິ່ນ. ນອກຈາກນັ້ນພວກເຮົາຍັງຮັບຮູ້ ແລະ ຊົມເຊີຍຄົນທີ່ເຮັດວຽກໜັກເພື່ອຊ່ວຍເຫຼືອການສຶກສາຂອງໄວໜຸ່ມ.
ພວກເຮົາໄດ້ເຮັດວຽກຢ່າງໃກ້ຊິດກັບພະແນກສຶກສານະຄອນຫຼວງວຽງຈັນ ແລະ ເມືອງໄຊເສດຖາ, ແລະ ພວກເຮົາຂໍຂອບໃຈທີ່ພວກເຂົາກໍ່ມີເປົ້າໝາຍອັນດຽວກັນກັບໂຮງຮຽນນານາຊາດລາວໃນການສ້າງໂອກາດໃຫ້ຜົນໄດ້ຮັບທີ່ດີຂຶ້ນໂດຍການປັບປຸງການເຂົ້າເຖິງການສຶກສາທີ່ມີຄຸນນະພາບ ແລະ ໂອກາດການຮຽນຮູ້ທີ່ເທົ່າທຽມກັນສຳຫຼັບທຸກຄົນ.
ພວກເຮົາຫວັງວ່າແອ ແລະ ກະດານ (smartboard) ເຄື່ອງໃໝ່ຈະຊ່ວຍໃຫ້ທ່ານສະດວກສະບາຍໃນບ່ອນເຮັດວຽກ ແລະ ແນະນຳໃຫ້ທ່ານຮູ້ຂໍ້ດີຂອງເຕັກໂນໂລຢີອັດສະລິຍະໃນຫ້ອງຮຽນ
ໂຮງຮຽນນານາຊາດລາວ ພະຍາຍາມຈະສືບຕໍ່ການຮ່ວມມື ແລະ ສະໜັບສະໜູນການສຶກສາຂອງລາວ ແລະ ຊ່ວຍເຫຼືອປະຊາຊົນລາວໂດຍຜ່ານໂຄງການ Water Well ທີ່ຈະສະໜອງນໍ້າທີ່ປອດໄພ ແລະ ຍືນຍົງໃຫ້ແກ່ຊຸມຊົນໃນຫຼາຍເມືອງ ແລະ ຕ່າງແຂວງ.



